ວິທີການ ສະມັກທຶນການສຶກສາຂອງລັດຖະບານ ສປ ຈີນ (ຂອງໜ່ວຍງານ CSC: China Scholarships Council) ດ້ວຍຕົວເອງ, ໂດຍບໍ່ຈຳເປັນໃຊ້ບໍລິການຜ່ານ Agency
ມາແລ້ວມາແລ້ວ ທຶນການສຶກສາຈີນປະຈຳປີ 2019 (ເຊິ່ງມັນກໍມີທຸກປີແຕ່ຈະເລີ່ມເປີດຮັບເອກະສານປະມານຊ່ວງ ທ້າຍເດືອນ 12 ຫາ ທ້າຍເດືອນ 3,
ຢຳ້ວ່າປະມານ). ກະທູ້ນີ້ແມ່ນຕອບໂຈດໃຫ້ຜູ້ທີ່ຮຽນເກັ່ງ ແລະ ສົນໃຈຢາກໄປຮຽນຢູ່
ສປ ຈີນ ເຊິ່ງສາມາດປະກອບເອກະສານ ແລະ
ສາມາດທຶນໄດ້ດ້ວຍຕົນເອງໂດຍບໍ່ຈຳເປັນຕ້ອງຜ່ານ Agency.
ຜູ່ຂຽນ (ນາມປາກກາ: ໂອ້! ນັ້ນແມ່ນບັກແຕງໂມ) ປັດຈຸບັນສຶກສາຢູ່ ສປ ຈີນ ມາໄດ້ 08 ປີ ແລະ ມື້ນີ້ຕ້ອງການມາຂຽນ ບົດຄວາມເພື່ອມາແຊຣປະສົບການວິທີປະກອບເອກະສານເພື່ອຂໍສະມັກທຶນການສຶກສາຂອງລັດຖະບານ ສປ ຈີນ ໃຫ້ບັນດາ ໝູ່ຄູ່, ສະຫາຍ, ນ້ອງເອື້ອຍອ້າຍ ຜູ່ທີ່ສົນໃຈຢາກໄປຮຽນຕໍ່ທີ່ ສປ ຈີນ ແບບບໍ່ກັກຄວາມຮູ້. ເຊິ່ງທຶນດັ່ງກ່າວແມ່ນທຶນການ ສຶກສາ 100% ທີ່ກວມລວມໄປເຖິງຄ່າຮຽນຟຣີ, ຄ່າຫໍພັກຟຣີ ແລະ ໄດ້ເງິນດຳລົງຊີບທຸກໆເດືອນຕະຫຼອດການຮຽນຄື: ປະລິນຍາຕີໄດ້ຮັບເດືອນລະ 2500 ຢວນ (3.100.000 ກີບ), ປະລິນຍາໂທໄດ້ຮັບ 3000 ຢວນ (3.700.000 ກີບ) ແລະ ປະລິນຍາເອກ ໄດ້ຮັບ 3500 ຢວນ (4.350.000 ກີບ).
ຜູ່ຂຽນ (ນາມປາກກາ: ໂອ້! ນັ້ນແມ່ນບັກແຕງໂມ) ປັດຈຸບັນສຶກສາຢູ່ ສປ ຈີນ ມາໄດ້ 08 ປີ ແລະ ມື້ນີ້ຕ້ອງການມາຂຽນ ບົດຄວາມເພື່ອມາແຊຣປະສົບການວິທີປະກອບເອກະສານເພື່ອຂໍສະມັກທຶນການສຶກສາຂອງລັດຖະບານ ສປ ຈີນ ໃຫ້ບັນດາ ໝູ່ຄູ່, ສະຫາຍ, ນ້ອງເອື້ອຍອ້າຍ ຜູ່ທີ່ສົນໃຈຢາກໄປຮຽນຕໍ່ທີ່ ສປ ຈີນ ແບບບໍ່ກັກຄວາມຮູ້. ເຊິ່ງທຶນດັ່ງກ່າວແມ່ນທຶນການ ສຶກສາ 100% ທີ່ກວມລວມໄປເຖິງຄ່າຮຽນຟຣີ, ຄ່າຫໍພັກຟຣີ ແລະ ໄດ້ເງິນດຳລົງຊີບທຸກໆເດືອນຕະຫຼອດການຮຽນຄື: ປະລິນຍາຕີໄດ້ຮັບເດືອນລະ 2500 ຢວນ (3.100.000 ກີບ), ປະລິນຍາໂທໄດ້ຮັບ 3000 ຢວນ (3.700.000 ກີບ) ແລະ ປະລິນຍາເອກ ໄດ້ຮັບ 3500 ຢວນ (4.350.000 ກີບ).
ອີງຕາມອັດຕາແລກປ່ຽນຄັ້ງ ວັນທີ 21/12/2018; 1 ຢວນ = 1238 ກີບ
ພາກທີ່ I: ຈຸດປະສົງ
ກ່ອນອື່ນ ເຮົາ ຂໍໃຫ້ນິຍາມກ່ຽວກັບຄຳວ່າ "ທຶນການສຶກສາ". ທຶນການສຶກສາ ແມ່ນທຶນທີ່ໄວ້ສຳລັບຮຽນຟຮີສຳລັບ ນັກສຶກສາທີ່ພິເສດເປັນຕົ້ນການຮຽນດີ ເຊິ່ງສາມາດສະແດງອອກຄືການສອບເສັງເພື່ອຍາດທຶນໄປຮຽນບ່ອນຕ່າງໆ ຫຼື
ການ ສະມັກທຶນເພື່ອໄປຮຽນ (ເຊິ່ງຈະຕ້ອງມີກຳມະການຈາກໂຮງຮຽນ ຫຼື ຜູ່ທີ່ໃຫ້ທຶນຕັດສິນຄັດເລືອກຈາກປັດໃຈຫຼາຍຢ່າງເປັນ ຕົ້ນແມ່ນ ຜົນການຮຽນທີ່ຜ່ານມາ, ຜົນງານການວິໄຈສຶກສາຜ່ານມາ, ການອອກວາລະສານ, ການໄດ້ຮັບລາງວັນຕ່າງໆ, ຊີວະປະຫວັດປະສົບການເຮັດວຽກ ແລະ ອື່ນໆ) ແລ້ວໄດ້ທຶນ, ນັ້ນແມ່ນລ້ວນແຕ່ຮຽກວ່າ "ທຶນການສຶກສາ".
ຖ້າຫາກວ່າການຈະໄປຮຽນບ່ອນໃດໜຶ່ງໄດ້ນັ້ນ ແລ້ວເສຍເງິນຢ່າງຫຼວງຫຼາຍເພື່ອໃຫ້ໄດ້ທຶນແມ່ນບໍ່ເອິ້ນວ່າ
"ທຶນການສຶກສາ" ເຊິ່ງສາມາດສັງເກດຈາກຫຼາຍຄົນໃນສັງຄົມເຮົາສູ່ມື້ນີ້ທີ່ກຳລັງເສຍຈັນຍາບັນ ແລະ ກຳລັງຫາກິນກຳໄລກັບສິ່ງທີ່ຮຽກວ່າ
"ທຶນການສຶກສາ".
ສະນັ້ນແລ້ວ, ຈຸດປະສົງຂອງຫົວຂໍ້ແມ່ນມີດັ່ງນີ້:
- ເພື່ອເປີດເຜີຍວິທີສະມັກທຶນຂອງ ລັດຖະບານ ສປ ຈີນ,
ເຊິ່ງໃຜກໍສາມາດສະມັກໄດ້ ແລະ ມັນບໍ່ໄດ້ຍາກດັ່ງທີ່ທ່ານຄິດ.
- ເພື່ອສ້າງໂອກາດນັກສຶກສາລາວ, ບຸກຄົນ, ພະນັກງານລັດ-ເອກະຊົນທີ່ຮັກໃນການຮຽນ, ມີຄວາມຕັ້ງໃຈຈິງ ແລະ
ຢາກ ພັດທະນາຕົນເອງແທ້ ໄດ້ສຶກສາຮຽນຕໍ່ໃນລະດັບທີ່ສູງຂຶ້ນກ່ອນເກົ່າ ແລ້ວກັບມາພັດທະນາສ້າງສາຄອບຄົວພີ່ນ້ອງ, ສັງຄົມ ແລະ ປະເທດຊາດ.
- ເພື່ອຕ້ອງການເຫັນສັງຄົມມີການປ່ຽນແປງໃນທິດທາງທີ່ດີ ແລະ ປ່ຽນໄປໃນທາງທິດບວກຂຶ້ນເລື້ອຍໆ.
- ເພື່ອຕ້ອງການເຫັນສັງຄົມມີການປ່ຽນແປງໃນທິດທາງທີ່ດີ ແລະ ປ່ຽນໄປໃນທາງທິດບວກຂຶ້ນເລື້ອຍໆ.
ພາກທີ່ II: ພາບລວມຂອງທຶນ
http://www.campuschina.org
ແມ່ນເວບໄຊຣທີ່ຮວບລວມລາຍລະອຽດທຸກຢ່າງກ່ຽວກັບຄວາມໝາຍ, ຄວາມສຳຄັນ, ພ້ອມທັງເປັນເວບໄຊຣຫຼັກໃນການຕື່ມແບບຟອມ, ແນບເອກະສານທີ່ຈຳເປັນ (ເຊິ່ງຂໍ້ນີ້ຈະບອກລາຍລະອຽດທາງລຸ່ມ). ນອກຈາກນັ້ນ ເວບໄຊຣດັ່ງກ່າວຍັງລວມທຶນການສຶກສາຕ່າງໆທີ່ມີຢູ່ໃນ
ສປ ຈີນ ເປັນຕົ້ນເຊັ່ນ:
ທຶນລັດຖະບານ ສປ ຈີນ (Chinese Government
Scholarships), ທຶນລັດຖະບານທ້ອງຖິ່ນ ຫຼື ອີກຄວາມໝາຍໜຶ່ງແມ່ນ ທຶນແຂວງ, ທຶນເມືອງ (Local Government Scholarships), ທຶນຂົງຈື້ Confucius Institute
Scholarships, ທຶນໂຮງຮຽນ School Scholarships
ແລະ ອື່ນໆ), ການຕິດຕາມຂ່າວຂອງ
CSC, ການຕຽມພ້ອມກ່ອນໄປຮຽນຈີນ ແລະ ອື່ນໆ (ດັ່ງຮູບ. 01).
ກ່ອນອື່ນຂໍແນະນຳກ່ອນວ່າ CSC ມີຊື່ເຕັມວ່າ China Scholarships Council ແມ່ນໜ່ວຍງານ ຂອງລັດຖະບານ ສປ ຈີນ ຈັດຕັ້ງຂຶ້ນເພື່ອສຳລັບມອບທຶນການສຶກສາໃຫ້ແກ່ນັກສຶກສາທີ່ບໍ່ແມ່ນຄົນສັນຊາດຈີນທົ່ວໂລກ ເພື່ອໄປສຶກສາຕໍ່ຢູ່ ສປ ຈີນ ແລະ ເປັນໜ່ວຍງານຮັບຜິດຊອບທີ່ຂຶ້ນກັບ ກະຊວງສຶກສາທິການ ຂອງ ສປ ຈີນ.
ທຶນລັດຖະບານຈີນ Chinese Government Scholarships ແມ່ນຈັດສັນໂດຍໜ່ວຍງານຂອງພາກລັດກໍຄື CSC ກໍເລີຍ ເຮັດໃຫ້ຄົນລາວເຂົ້າໃຈ ແລະ ມັກເອີ້ນຕິດປາກວ່າ "ທຶນ CSC" (ເຊິ່ງຕໍ່ໄປຈະຂໍເອີ້ນ ທຶນ CSC).
ທຶນ CSC ແມ່ນແບ່ງອອກເປັນ 02 ແບບ ຄື: ທຶນເຕັມຈຳນວນ (Full Scholarship) ແລະ ທຶນບໍ່ເຕັມຈຳນວນ (Partial Scholarship).
ທຶນ CSC ແມ່ນແບ່ງອອກເປັນທັງໝົົດ 9 ໂປຣແກຣມ ແລະ ແບ່ງອອກລາຍລະອຽດດັ່ງນີ້ (ສາມາດກົດເຂົ້າເບິ່ງໄດ້ http://www.campuschina.org>Scholarships>Chinese Goverment Scholarships) (ຮູບ. 2) ຄື :
ຮູບ.02 ທຶນປະເພດຕ່າງໆ
- Chinese University Program ແມ່ນທຶນ CSC ເຕັມອັດຕາທີ່ມອບໃຫ້ບັນດາ
ມ. ຕ່າງໆເປັນຜຸ່ຮັບຜິດຊອບຕັດສິນ ໃຈຮັບນັກສຶກສາເຂົ້າຮຽນ (ເວົ້າໃຫ້ເຂົ້າໃຈງ່າຍກໍຄື ທຶນ CSC ຜ່ານມະຫາວິທະຍາໄລ,
ເຊິ່ງຈະມີແຕ່ທຶນ ປ.ໂທ ແລະ ທຶນ ປ. ເອກ ເທົ່ານັ້ນ. (ລາຍລະອຽດ http://www.campuschina.org/content/details3_74779.html);
- Great Wall Program ແມ່ນທຶນເຕັມອັດຕາທີ່ຈັດໂດຍການຊວງສຶກສາທິການຂອງ ສປ ຈີນ, ເຊິ່ງມອບໃຫ້ອົງກອນ UNESCO ເປັນຜຸ່ບໍລິຫານຈັດການມອບທຶນໃຫ້ນັກສຶກສາໃຫ້ບັນດາປະເທດທີ່ກຳລັງພັດທະນາ (ລາຍລະອຽດ http://www.campuschina.org/content/details3_74777.html);
- Great Wall Program ແມ່ນທຶນເຕັມອັດຕາທີ່ຈັດໂດຍການຊວງສຶກສາທິການຂອງ ສປ ຈີນ, ເຊິ່ງມອບໃຫ້ອົງກອນ UNESCO ເປັນຜຸ່ບໍລິຫານຈັດການມອບທຶນໃຫ້ນັກສຶກສາໃຫ້ບັນດາປະເທດທີ່ກຳລັງພັດທະນາ (ລາຍລະອຽດ http://www.campuschina.org/content/details3_74777.html);
- EU
Program ແມ່ນທຶນເຕັມອັດຕາທີ່ຈັດໂດຍການຊວງສຶກສາທິການຂອງ ສປ ຈີນ,
ເຊິ່ງມອບໃຫ້ນັກສຶກສາທີ່ມາຈາກ ບັນດາປະເທດເອີຣົບ EU
member countries. (ລາຍລະອຽດ http://www.campuschina.org/content/details3_74781.html);
- AUN Program ແມ່ນທຶນເຕັມອັດຕາທີ່ຈັດໂດຍກະຊວງສຶກສາທິການຂອງ ສປ ຈີນ, ເຊິ່ງມອບໃຫ້ນັກສຶກສາທີ່ ມາຈາກບັນດາປະເທດ 10 ປະເທດອາຊຽນ ASEAN member countries. (ລາຍລະອຽດ http://www.campuschina.org/content/details3_74778.html);
- PIF Program ແມ່ນທຶນເຕັມອັດຕາທີ່ຈັດໂດຍການຊວງສຶກສາທິການ ຂອງ ສປ ຈີນ, ເຊິ່ງມອບໃຫ້ນັກສຶກສາທີ່ ມາຈາກບັນດາປະເທດໝູ່ເກາະທະເລປາຊີຟິກ (ລາຍລະອຽດ http://www.campuschina.org/content/details3_74780.html);
- WMO Program ແມ່ນທຶນທີ່ຈັດໂດຍ ກະຊວງສຶກສາທິການ ຂອງ ສປ ຈີນ ເຊິ່ງມອບໃຫ້ນັກສຶກສາຕ່າງປະເທດ ທີ່ໄປສຶກສາຄົ້ນຄວ້າກ່ຽວກັບສາຂາອຸທົກກະສາດໂດຍສະເພາະ ແລະ ຈະແຕ່ມີສອງ ມ. ທີ່ເປີດຮັບໂປຣແກຣມນີ້ ຄື: Nanjing University of Information Science and Technology and Hohai University. (ລາຍລະອຽດ http://www.campuschina.org/content/details3_74782.html);
- Marine Scholarship of China ແມ່ນທຶນຈັດໂດຍກະຊວງສຶກສາທິການ, ຂອງ ສປ ຈີນ, ເຊິ່ງມອບໃຫ້ບັນດາ ປະເທດທີ່ມີຊາຍແດນຕິດກັບທະເລຈີນໃຕ້, ທະເລອິນເດຍ; ບັນດາປະເທດທີ່ເປັນໝູ່ເກາະທະເລປາຊີຟິກ ແລະ ຈະມີແຕ່ 4 ມ. ຮັບໂປຣແກຣມນີ້ຄື: Xiamen University, Zhejiang University, Ocean University of China, Tongji University (ລາຍລະອຽດ http://www.campuschina.org/content/details3_338785.html);
- MOFCOM SCHOLARSHIP ແມ່ນທຶນທີ່ສ້າງຕັ້ງໂດຍ ກະຊວງການຄ້າ ຂອງ ສປ ຈີນ ເຊິ່ງສາມາດຍືນນຳຫ້ອງ ການທູດເສດຖະກິດ ແລະ ການຄ້າຂອງສະຖານທູດຈີນ ປະຈຳປະເທດນັ້ນໆ, ບາດແລ້ວຈະຫາຂໍ້ມູນມາໃຫ້ຕື່ມ (ລາຍລະອຽດ http://www.campuschina.org/content/details3_343888.html).
- AUN Program ແມ່ນທຶນເຕັມອັດຕາທີ່ຈັດໂດຍກະຊວງສຶກສາທິການຂອງ ສປ ຈີນ, ເຊິ່ງມອບໃຫ້ນັກສຶກສາທີ່ ມາຈາກບັນດາປະເທດ 10 ປະເທດອາຊຽນ ASEAN member countries. (ລາຍລະອຽດ http://www.campuschina.org/content/details3_74778.html);
- PIF Program ແມ່ນທຶນເຕັມອັດຕາທີ່ຈັດໂດຍການຊວງສຶກສາທິການ ຂອງ ສປ ຈີນ, ເຊິ່ງມອບໃຫ້ນັກສຶກສາທີ່ ມາຈາກບັນດາປະເທດໝູ່ເກາະທະເລປາຊີຟິກ (ລາຍລະອຽດ http://www.campuschina.org/content/details3_74780.html);
- WMO Program ແມ່ນທຶນທີ່ຈັດໂດຍ ກະຊວງສຶກສາທິການ ຂອງ ສປ ຈີນ ເຊິ່ງມອບໃຫ້ນັກສຶກສາຕ່າງປະເທດ ທີ່ໄປສຶກສາຄົ້ນຄວ້າກ່ຽວກັບສາຂາອຸທົກກະສາດໂດຍສະເພາະ ແລະ ຈະແຕ່ມີສອງ ມ. ທີ່ເປີດຮັບໂປຣແກຣມນີ້ ຄື: Nanjing University of Information Science and Technology and Hohai University. (ລາຍລະອຽດ http://www.campuschina.org/content/details3_74782.html);
- Marine Scholarship of China ແມ່ນທຶນຈັດໂດຍກະຊວງສຶກສາທິການ, ຂອງ ສປ ຈີນ, ເຊິ່ງມອບໃຫ້ບັນດາ ປະເທດທີ່ມີຊາຍແດນຕິດກັບທະເລຈີນໃຕ້, ທະເລອິນເດຍ; ບັນດາປະເທດທີ່ເປັນໝູ່ເກາະທະເລປາຊີຟິກ ແລະ ຈະມີແຕ່ 4 ມ. ຮັບໂປຣແກຣມນີ້ຄື: Xiamen University, Zhejiang University, Ocean University of China, Tongji University (ລາຍລະອຽດ http://www.campuschina.org/content/details3_338785.html);
- MOFCOM SCHOLARSHIP ແມ່ນທຶນທີ່ສ້າງຕັ້ງໂດຍ ກະຊວງການຄ້າ ຂອງ ສປ ຈີນ ເຊິ່ງສາມາດຍືນນຳຫ້ອງ ການທູດເສດຖະກິດ ແລະ ການຄ້າຂອງສະຖານທູດຈີນ ປະຈຳປະເທດນັ້ນໆ, ບາດແລ້ວຈະຫາຂໍ້ມູນມາໃຫ້ຕື່ມ (ລາຍລະອຽດ http://www.campuschina.org/content/details3_343888.html).
ໝາຍເຫດ:ສຳລັບນັກຮຽນ,
ນັກສຶກສາລາວທົ່ວໄປ ທີ່ມັກສະມັກ
ແລະ ມີໂອກາດໄດ້ທຶນໄປຮຽນຫຼາຍກ່ອນໝູ່ແມ່ນທຶນ CSC ຜ່ານມະຫາວິທະຍາໄລ (Chinese University Program) ແລະ ທຶນຜ່ານໃຫ້ບັນດາ 10 ປະເທດອາຊຽນ (AUN Program)
ສະນັ້ນ, ມື້ນີ້ຈະມາບອກວິທີສະມັກ Chinese University Program.
ຄຳຖາມ: ແລ້ວເຮົາຈະຮູ້ໄດ້ແນວໃດວ່າ ມ. ໃດແນ່ຮັບທຶນ, ມ. ໃດການສອນການຮຽນດີ? ເຊິ່ງຈະມີຄຳຕອບໃນພາກຕໍ່ໄປ.
ພາກທີ່ III: ການເລືອກມະຫາວິທະຍາໄລ
(ກ່ອນກະກຽມເອກະສານ)
3.1 ການເລືອກ ແຣັງ (Rank) ຂອງມະຫາວິທະຍາໄລ
- ມະຫາວິທະຍາໄລທີ່ຕິດໂຄງການ 985 ສາມາດທຽບເທົ່າໄດ້ເປັນມະຫາວິທະຍາໄລທີ່ດີດີ (ເພາະມີທັງໝົດ 39 ມ. ທີ່ນອນໃນໂຄງການ 985 ໃນນັ້ນຕິດໂຄງການ 211 ຢູ່ນຳ)
ເອກະສານທີ່ຕ້ອງມີ:
ອີງຕາມການຈັດອັນດັບ
ແຣັງ ຂອງບັນດາປະເທດ Brics (Brazil, Russia, India, China and South Africa) ມີ 10 ມ. ຕິດຢູ່ໃນແຣັງຄື: 1. Tsinghua
University, 2. Peking University, 3. Fudan University, 4. University of Science and Technology of China, 5. Zhejiang
University, 6. Shanghai Jiao Tong University, 7. Nanjing University, 8. Wuhan University, 9. Sun Yat-sen
University, 10. Harbin Institute of Technology.
ໝາຍເຫດ:
ແນ່ນອນຖ້າໃຜຈະເລືອກຮຽນ ມະຫາວິທະຍາໄລ ດັງໆແບບນັ້ນ ໝາຍເຖິງ
ທ່ານຕ້ອງເພີ່ມຄວາມພະຍາຍາມຢ່າງ ໜັກເພື່ອຈະຈົບໃຫ້ໄດ້,
ເພາະຜ່ານມາການທີ່ຈະມີຄົນຈົບຈາກມະຫາວິທະຍາໄລດັງກ່າວແມ່ນຖືວ່າເກືອບເລືອດຕາອອກກໍມີ
(ໝາຍເຖິງມັນຍາກ) ແຕ່ຖ້າທ່ານເຮັດໄດ້ກໍຖືວ່າເປັນຍອດຄົນເລີຍ.
ສຳລັບຄົນຈີນເອງຖ້າວ່າຈົບຈາກ ມ. ທີ່ຕິດທ໋ອບແລ້ວ (ໂດຍສະເພາະທ໋ອບສາມທຳອິດ)
ເວລາຈົບອອກມາຖືວ່າມີບໍລິສັດມາຖ້າຮັບສະໝັກໄປເຮັດວຽກເລີຍກໍມີ.
3.2 ການກວດເບິ່ງວ່າມະຫາວິທະຍາໄລໃດແນ່ທີ່ເປີດຮັບທຶນລັດຖະບານຈີນ (ກວມເອົາໂປຼແກຣມ Chinese University Program, AUN Program, Bilateral
Program, MOFCOM SCHOLARSHIP).
ບັນດາມະຫາວິທະຍາໄລຕ່າງໆທົ່ວປະເທດຈີນ ທີ່ຮອງຮັບທຶນ 4 ປະເພດ (Chinese University Program, AUN Program, Bilateral
Program, MOFCOM) ແມ່ນສາມາດກວດໄດ້ຈາກເວບໄຊຣທາງການຂອງລັດຖະບານ ດັ່ງນີ້ (ຕາມຮູບ 03 ແລະ 04).
ຮູບ. 03 ວິທີເຊັກເບິ່ງມະຫາວິທະຍາໄລທີ່ຮັບຮອງທຶນ
ຂັ້ນຕອນ 01: ເຂົ້າເວບໄຊຣ http://www.campuschina.org ຈາກນັ້ນກົດເລືອກ Universities & Programs ເພື່ອກ້າວສູ່ຂັ້ນຕອນ 02.
ຂັ້ນຕອນ 02: ແມ່ນລາຍຊື່ບັນດາ ມົນທົນ/ແຂວງ ທີ່ບັນດາທ່ານສົນໃຈໄປຮຽນ (ແຕ່ລະພາກຈະມີຄວາມແຕກຕ່າງກັນ ເປັນຕົ້ນສະພາບອາກາດ, ການເດີນທາງ, ອື່ນໆ).
ຂັ້ນຕອນ 03: ຫຼັງຈາກເລືອກ ມົນທົນ/ແຂວງ ແລ້ວ ທາງຂວາມືຈະມີບັນດາລາຍຊື່ ມ. ໃຫ້ບັນດາທ່ານເລືອກ ເຊິ່ງໃນນີ້ຜູ່ຂຽນ ຈະຂໍເລືອກຍົກຕົວຢ່າງ ມົນທົນຫູໜານ (Hunan) ແລ້ວເລືອກ ມະຫາວິທະຍາໄລ Central South University.
ຂັ້ນຕອນ 03: ຫຼັງຈາກເລືອກ ມົນທົນ/ແຂວງ ແລ້ວ ທາງຂວາມືຈະມີບັນດາລາຍຊື່ ມ. ໃຫ້ບັນດາທ່ານເລືອກ ເຊິ່ງໃນນີ້ຜູ່ຂຽນ ຈະຂໍເລືອກຍົກຕົວຢ່າງ ມົນທົນຫູໜານ (Hunan) ແລ້ວເລືອກ ມະຫາວິທະຍາໄລ Central South University.
ຂັ້ນຕອນ 04: ຫຼັງຈາກກົດເລືອກ ມະຫາວິທະຍາໄລ Central South University ຈະເຂົ້າສູ່ໜ້າດັ່ງຮູບ. 04.
ຈະສາມາດ ສັງເກດໄດ້ພິເສດໄດ້ສອງບ່ອນຄື: ລິ້ງເວບໄຊຣຂອງມະຫາວິທະຍາໄລດັ່ງກ່າວ
(ຖ້າໃຜສົນໃຈຂໍ້ມູນລາຍລະອຽດສາມາດກົດ ເຂົ້າໄດ້) ແລະ ສັນຍາລັກຂອງ 211, 985 (ຕາມຮູບ 04).
211 ແລະ 985 ແມ່ນສັນຍາລັກທີ່ໝາຍເຖິງ 211 project and 985 projectທີ່ຈັດຂຶ້ນເພື່ອຈັດອັນດັບອີກຮູບແບບ ໜຶ່ງຂອງແຕ່ລະມະຫາວິທະຍາໄລ. ອີງຕາມຂໍ້ມູນໂດຍປະມານຂອງ ຄັ້ງວັນທີ 12/10/2018 ດັ່ງລຸ່ມນີ້:
- ມະຫາວິທະຍາໄລທີ່ຕິດໂຄງການ 211 ສາມາດທຽບເທົ່າໄດ້ເປັນມະຫາວິທະຍາໄລທີ່ດີ (ເພາະມີທັງໝົດ 116 ມ. ທີ່ນອນໃນໂຄງການ 211)- ມະຫາວິທະຍາໄລທີ່ຕິດໂຄງການ 985 ສາມາດທຽບເທົ່າໄດ້ເປັນມະຫາວິທະຍາໄລທີ່ດີດີ (ເພາະມີທັງໝົດ 39 ມ. ທີ່ນອນໃນໂຄງການ 985 ໃນນັ້ນຕິດໂຄງການ 211 ຢູ່ນຳ)
ແຕ່ໃນຄວາມເປັນຈິງແລ້ວ ບໍ່ຕ້ອງໄປສົນໃຈໃນລາຍລະອຽດຂອງ 211 ຫຼື 985 ຫຼາຍ, ຂໍແຕ່ໄດ້ເຂົ້າ ມ. ໃດໄດ້ກໍໂອແລ້ວ.
ຮູບ 04 ການສັງເກດເບິ່ງລາຍລະອຽດເວບໄຊຣຂອງມະຫາວິທະຍາໄລນັ້ນໆ
ຂັ້ນຕອນ 05: ຫຼັງຈາກກົດເລືອກ ມະຫາວິທະຍາໄລ Central South University ຈະເຂົ້າສູ່ໜ້າຄືຂັ້ນຕອນ 04, ແຕ່ສາມາດເລື່ອນລົງໄດ້ເພື່ອມາຊອກເບິ່ງຊື່ວິຊາທີ່ຕົນເອງຕ້ອງການຈະຮຽນ (ດັ່ງຮູບ 05).
- ກົດລະດັບຊັ້ນທີ່ຕົນເອງຕ້ອງການຈະສະໝັັກ (ໃນແຕ່ກີ້ບັນດາທຸກມະຫາວິທະຍາໄລທີ່ມີລາຍຊື່ໃນເວບໄຊຣນີ້ ຈະຮັບໝົດ ຖ້າ ປ. ໂທ ແລະ ປ. ເອກ, ແຕ່ຈະໃນປັດຈຸບັນນີ່້ຫຼາຍ ຮຮ ເລີ່ມເປີດກວ້າງຮັບເອົາ ປ. ຕີ ນັບມື້ນັບຫຼາຍຂຶ້ນ, ຖ້າໃຜຈະ ສະໝັກປະລິນຍາຕີຄວນຂຽນອີ່ເມວໄປຖາມ ຮຮ ກ່ອນວ່າເພິ່ນຮັບທຶນ CSC ປ. ຕີ ບໍ, ຖ້າເພິ່ນຮັບຄ່ອຍສົ່ງເອກະສານ ໄປສະໝັກ..... ຄວາມໝາຍຄື: ຖ້າໃຜຈະຮຽນ ປ. ໂທ ຫຼື ປ. ເອກ ແມ່ນສາມາດສະໝັກໄປໄດ້ເລີຍ ເພາະເພິ່ນຮັບຢູ່ແລ້ວ, ສ່ວນວຸດ ປ. ຕີແມ່ນເພິ່ນຫາກໍມີໂຄງການນີ້ມາ ສົມຄວນສົ່ງໄປຖາມກ່ອນວ່າເພິ່ນເປີດຮັບບໍ.
- ກົດລະດັບຊັ້ນທີ່ຕົນເອງຕ້ອງການຈະສະໝັັກ (ໃນແຕ່ກີ້ບັນດາທຸກມະຫາວິທະຍາໄລທີ່ມີລາຍຊື່ໃນເວບໄຊຣນີ້ ຈະຮັບໝົດ ຖ້າ ປ. ໂທ ແລະ ປ. ເອກ, ແຕ່ຈະໃນປັດຈຸບັນນີ່້ຫຼາຍ ຮຮ ເລີ່ມເປີດກວ້າງຮັບເອົາ ປ. ຕີ ນັບມື້ນັບຫຼາຍຂຶ້ນ, ຖ້າໃຜຈະ ສະໝັກປະລິນຍາຕີຄວນຂຽນອີ່ເມວໄປຖາມ ຮຮ ກ່ອນວ່າເພິ່ນຮັບທຶນ CSC ປ. ຕີ ບໍ, ຖ້າເພິ່ນຮັບຄ່ອຍສົ່ງເອກະສານ ໄປສະໝັກ..... ຄວາມໝາຍຄື: ຖ້າໃຜຈະຮຽນ ປ. ໂທ ຫຼື ປ. ເອກ ແມ່ນສາມາດສະໝັກໄປໄດ້ເລີຍ ເພາະເພິ່ນຮັບຢູ່ແລ້ວ, ສ່ວນວຸດ ປ. ຕີແມ່ນເພິ່ນຫາກໍມີໂຄງການນີ້ມາ ສົມຄວນສົ່ງໄປຖາມກ່ອນວ່າເພິ່ນເປີດຮັບບໍ.
- ຫຼັງຈາກກົດລະດັບຊັ້ນທີ່ຕົນເອງສົນໃຈແລ້ວ ແມ່ນໃຫ້ສັງເກດ ຊື່ວິຊາທີ່ຕົນເອງຕ້ອງການຮຽນ, ຕໍ່ມາສັງເກດໄລຍະເວລາ ທີ່ຈະໃຊ້ (ຖ້າເປັນ ປ. ຕີ ແມ່ນເຂົ້າສາຍ 4 ປີ, ປ. ໂທ ແມ່ນຈະໃຊ້ເວລາເຂົ້າສາຍ 2-3 ປີ, ປ. ເອກ ຈະໃຊ້ເວລາເຂົ້າສາຍ 3-4
ປີ (ໃນນີ້ບໍ່ລວມເວລາທີ່ຕ້ອງໃຊ້ກຽມພາສາຈີນປີໜຶ່ງ,ເພາະຖ້າໃຜຈະເຂົ້າສາຍເປັນພາສາຈີນແມ່ນ ຕ້ອງກຽມພາສາປີໜຶ່ງ,
ຖ້າໃຜຮຽນສາຍພາສາອັງກິດແມ່ນສາມາດເຂົ້າຮຽນສາຍຕົວຈິງໄດ້ເລີຍ))
ຄອດພາສາທີ່ເຮົາຈະຮຽນ.
ຫຼັງຈາກເຮົາຮູ້ເລືອກມະຫາວິທະຍາໄລ ແລະ ຊື່ວິຊາຮຽນໄດ້ແລ້ວ ກໍຈະກ້າວເຂົ້າໄປສູ່ພາກການກຽມເອກະສານເພື່ອ ສະໝັກທຶນໃນພາກຕໍ່ໄປໄດ້ເລີຍ
ພາກທີ່ IV: ການກະກຽມເອກະສານ
ເອກະສານທີ່ຕ້ອງມີ:
- Application form《ໃບສະໝັກທຶນການສຶກສາຂອງລັດຖະບານຈີນ》 (ຂຽນຂໍ້ມູນເປັນພາສາອັງກິດ ຫຼື ຈີນ ເທົ່ານັ້ນ) ກຽມຕິດຕາມຂໍ້ມູນໃນພາກ V.
- Certificates of Highest Education (Notarized Copy) ສໍາເນົາໃບປະກາດສະນີຍະບັດສູງສຸດ (ເປັນສະບັບ ພາສາອັງກິດ ຫຼື ພາສາຈີນເທົ່ານັ້ນ).
- Transcripts of Highest Education (Notarized Copy) ສໍາເນົາໃບຄະແນນ (ເປັນສະບັບພາສາອັງກິດ ຫຼື ພາສາຈີນເທົ່ານັ້ນ).
- Study Plan ຮ່າງແຜນການຮຽນ (ຂຽນເປັນພາສາອັງກິດ ຫຼື ຈີນເທົ່ານັ້ນ, ບໍ່ຕໍ່າກວ່າ 800 ຄໍາ). ຂໍ້ແນະນຳສຳລັບການ ຂຽນ Study Plan ຂອງ ປ. ໂທ ແລະ ປ. ເອກ: 1. ຂຽນແນະນຳປະຫວັດຫຍໍ້ຕົນເອງ; 2. ຂຽນແຜນເປົ້າໝາຍທີ່ຕົນເອງ ຕ້ອງການຄົ້ນຄວ້າ (ຫົວບົດວິໄຈ) ກໍຄືເວົ້າອີກຄວາມໝາຍໜຶ່ງແມ່ນ ຖ້າວ່າໄດ້ໄປຮຽນແທ້ແມ່ນຕົນເອງຕ້ອງການສຶກສາຄົ້ນ ຄວ້າດ້ານໃດ ຫຼື ການຂຽນບົດຈົບຊັ້ນຕ້ອງການລົງເລິກກ່ຽວກັບດ້ານໃດ; 3. ຜົນງານຜ່ານມາກ່ຽວກັບການຕີພິມ(ວາລະສານ), ຖ້າບໍ່ມີກໍສາມາດບໍ່ໃສ່ກໍໄດ້ສຳລັບຜົນງານ. ສ່ວນສຳລັບຂອງ ປ. ຕີ ແມ່ນໃຫ້ບໍ່ລະອຽດຄືຂອງ ປ. ໂທ-ເອກ ກໍໄດ້, 1. ຂຽນແນະນຳຕົນເອງ; 2. ເປັນຫຍັງຈຶ່ງເລືອກມາຮຽນສາຍວິຊາດັ່ງກ່າວ, ຮຽນແລ້ວຈະເອົາໄປພັດທະນາແນວໃດກໍວ່າກັນໄປ. ຍົກຕົວຢ່າງ: Link ທີ່ແນບໄວ້ທາງລຸ່ມ ຫຼື ຄວນຊອກຕື່ມເບິ່ງນຳລຸງ google ກ່ຽວກັບວິທີຂຽນ.
https://drive.google.com/open?id=1p7ftNrKZvld64tJw-7CMshSILNWML79T
https://drive.google.com/open?id=1v7WqLVWGYwWHtrxMYuXHkj0ORFT0PZ00
https://drive.google.com/open?id=1p7ftNrKZvld64tJw-7CMshSILNWML79T
https://drive.google.com/open?id=1v7WqLVWGYwWHtrxMYuXHkj0ORFT0PZ00
- Two Recommendation Letters (ສຳລັບຜູ່ສະໝັກມາຮຽນ ປ. ໂທ ແລະ ປ. ເອກ ໃບຮັບຮອງຢັ້ງຢືນສອງ ສະບັບຈາກ "ຜູ່ມີຕຳແໜ່ງສາສະດາຈານ ຫຼື ຮອງສາສະດາຈານ", ແຕ່ຖ້າຈຳເປັນແທ້ໆກໍໃຫ້ເອົາເຊັນຈາກ "ຜູ່ມີວຸດທິ ຮຈ ສະບັບໜຶ່ງ ແລະ ດຣ ສະບັບໜຶ່ງແຕ່ຕ້ອງມີຕຳແໜ່ງລະດັບຮອງກົມຂຶ້ນໄປ"); (ສຳລັບຜູ່ສະໝັກມາຮຽນ ປ. ຕີ ແມ່ນໃຫ້ເອົາ ໃບຮັບຮອງຢັ້ງຢືນສອງສະບັບຈາກ "ອາຈານປະຈຳຫ້ອງ ຫຼື ຫົວໜ້າຄະນະຊັ້ນ ມ. 7 ກໍໄດ້ ຫຼື ຖ້າໄດ້ຈາກຜູ່ອຳນວຍການ ແຮງດີ") ດັ່ງຕົວຢ່າງສອງ Link ທາງລຸ່ມ.
- 《ໃບຢັ້ງຢຶນກວດສູຂະພາບສາກົນ》ສະບັບກັອບປີ້ (ສະບັບຂອງແທ້ເກັບຮັກສາໄວ້ກັບຕົນເອງ).
ເຊິ່ງຈະຕ້ອງເປັນເອກະ ສານທີ່ທາງການເພິ່ນຈັດການໃຫ້ເທົ່ານັ້ນ,
ດຽວຈະແນບໄຟຣນຳລິ້ງທາງລຸ່ມ. ໃຫ້ບັນດາທ່ານປິ້ນອອກມາແລ້ວເອົາໃບກວດ
ສຸຂະພາບສາກົນທີ່ປິ້ນ ໄປກວດນຳໂຮງໝໍໃຫຍ່ເທົ່ານັ້ນ ແລະ
ໃຫ້ບັນດາທ່ານໝໍຕື່ມຂໍ້ມູນໃສ່ໃນໃບດັ່ງກ່າວ ແລະ
ສຳຄັນຕ້ອງມີຈຳ້ກາແດງຈາກໂຮງໝໍຄັກແນ່.
- ສໍາເນົາໜັງສືຜ່ານແດນ.
ໝາຍເຫດ: ສຳລັບ Study plan, Two Recommendation Letters ແມ່ນໃຫ້ເບິ່ງເປັນຕົວຢ່າງຊື່, ທາງທີ່ດີຄວນຂຽນ style ຂອງຕົວເອງ.
ເອກະສານເສີມ (ບໍ່ມີກໍໄດ້, ແຕ່ຖ້າມີຍິ່ງເປັນການດີເພາະຈະໄດ້ມີໂອກາດຕື່ມ):
- ໃບຢັ້ງຢືນລະດັບພາສາຈີນ HSK, ພາສາອັງກິດ TOFEL/IELTS (ນັກສຶກສາທີ່ມີຄວາມສາມາດທາງດ້ານພາສາ ຈະຖືກຮັບພິຈາລະນາເປັນພິເສດ).
- ເອກະສານອື່ນໆ (ເຊັ່ນວ່າ ໃບຢັ້ງຢືນປະສົບການເຮັດ, ໃບຍ້ອງຍໍ, ໜັງສືຢັ້ງຢືນຜົນການຮຽນ ແລະ ອື່ນໆ).
ພາກທີ່ V: ການຕື່ມຟອມສະໝັກ Application form
5.1. ເຂົ້າເວບໄຊຣຫຼັກ www.campuschina.org/index.html ແລ້ວເລື່ອນລົງກົດເລືອກ Schorlaship Application for ຕາມຮູບ 06 ແລ້ວຈະເຂົ້າໜ້າ Log in.
ຮູບ 06 ການກຽມເອກະສານ
5.2. ໃຜຍັງເປັນມືໃໝ່ ຫຼື ຍັງບໍ່ທັນມີ Account ແມ່ນໃຫ້ກົດເຂົ້າເພື່ອລົງທະບຽນສະໝັກ Account ແລ້ວກໍເຂົ້າໄປຕື່ມ ຂໍ້ມູນໃສ່ (ຂັ້ນຕອນລົງທະບຽນໃຜກະຄືສິເຮັດເປັນເນາະ, ຄ້າຍຄືສະໝັກອີ່ເມວທົ່ວໄປ... ແຕ່ສຳຄັນໃຫ້ຈື່ User name and password ໃຫ້ດີ, ເພາະຈະໄດ້ໃຊ້ຈົນກວ່າຈະໄດ້ຮັບຄຳຕອບຈາກປາຍທາງວ່າໄດ້ຮັບທຶນຢ່າງສົມບູນ).
ຮູບ 07 ບ່ອນກົດລົງທະບຽນເພື່ອສະໝັກ Create Account & Log in
5.3. ຫຼັງຈາກຕັ້ງ User name ແລະ Passport ໄດ້ແລ້ວຈາກນັ້ນໃຫ້ Log in ແລ້ວກ້າວເຂົ້າສູ່ໜ້າຕໍ່ໄປ, ໃນນັ້ນຈະມີການ ອະທິບາຍກ່ຽວກັບຂັ້ນຕອນການປະກອບ ແລະ ການຍືນທຶນລາຍລະອຽດ (ໃຜອ່ານໄດ້ໃຫ້ເຂົ້າໃຈຕື່ມໄດ້ກໍດີ, ຄັນບໍ່ເຂົ້າໃຈກໍ ຜ່ານໄດ້ເພາະຈະບອກໃນດ້ານລຸ່ມຢູ່ດີ) ຫຼັງຈາກນັ້ນໃຫ້ກົດ Application online (ຕາມຮູບ 08) ແລ້ວຈະພົບກັບການຕື່ມ ເອກະສານ.
ຮູບ 08 ---------------
5.4. ການຕື່ມ Application form (ດັ່ງຮູບ 09).
5.4.1. Program apllication category and agency information.
Program category: ແມ່ນໃຫ້ເລືອກ Type B ສະເໝີ ເພາະວ່າເຮົາຈະໝັກຫາມະຫາວິທະຍາໄລໂດຍກົງ. (Type A ແມ່ນສະໝັກຜ່ານສະຖານທູດ ຈີນປະຈຳປະເທດຕົນເອງ ເຊິ່ງປະເທດລາວແມ່ນ 4181; Type B ສະໝັກຜ່ານ ມະຫາວິທະຍາໄລໂດຍກົງ; Type C ແມ່ນໂປຼແກຼມພິເສດ, ເຊິ່ງຈະໄດ້ລະຫັດຈາກ CSC ໂດຍກົງ. ເຊິ່ງຄົນສ່ວນໃຫຍ່ຈະ ສະໝັກໄດ້ແຕ່ Type A ແລະ B ເທົ່ານັ້ນ)
Agency number: ຜູ່ຂຽນຈະບອກວິທີຊອກລະອຽດໃນຂໍ້ 5.5.
ຮູບ 09 Agency number
5.4.2. Personal infomation (ດັ່ງຮູບ 10).
ຂໍ້ນີ້ສຳຄັນ, ຕ້ອງໃສ່ເບີຕິດຕໍ່, ອີ່ເມວ ແລະ ທີ່ຢູ່ໃຫ້ຖືກ. ເພາະວ່າ ອີ່ເມວແມ່ນທາງພາກສ່ວນທີ່ກ່ຽວຂ້ອງຈະສົ່ງແຈ້ງການວ່າ ທ່ານເປັນບຸກຄົນໄດ້ຄັດເລືອກໄດ້ຮັບທຶນດັ່ງກ່າວ, ບາງກໍລະນີິເພິ່ນກໍຈະສົ່ງມາຖາມວ່າ ທ່ານ ໄດ້ຮັບຄັດເລືອກ ແລະ ກະລຸນາ ຕອບກັບເພື່ອຢັ້ງຢືນວ່າ ທ່ານຈະໄປຮຽນພາຍໃນເວລາທີ່ກຳນົດ ຫຼັງຈາກນັ້ນເພິ່ນຈຶ່ງຈະສົ່ງເອກະສານໃບຕອບຮັບທີ່ກ່ຽວຂ້ອງ ໃນການໄປຮຽນ, ການເຮັດວິຊ້າ ໃນທີ່ຢຸ່ທີ່ ທ່ານ ໄດ້ຕື່ມໃນຮູບທາງລຸ່ມ.
ຂໍ້ນີ້ສຳຄັນ, ຕ້ອງໃສ່ເບີຕິດຕໍ່, ອີ່ເມວ ແລະ ທີ່ຢູ່ໃຫ້ຖືກ. ເພາະວ່າ ອີ່ເມວແມ່ນທາງພາກສ່ວນທີ່ກ່ຽວຂ້ອງຈະສົ່ງແຈ້ງການວ່າ ທ່ານເປັນບຸກຄົນໄດ້ຄັດເລືອກໄດ້ຮັບທຶນດັ່ງກ່າວ, ບາງກໍລະນີິເພິ່ນກໍຈະສົ່ງມາຖາມວ່າ ທ່ານ ໄດ້ຮັບຄັດເລືອກ ແລະ ກະລຸນາ ຕອບກັບເພື່ອຢັ້ງຢືນວ່າ ທ່ານຈະໄປຮຽນພາຍໃນເວລາທີ່ກຳນົດ ຫຼັງຈາກນັ້ນເພິ່ນຈຶ່ງຈະສົ່ງເອກະສານໃບຕອບຮັບທີ່ກ່ຽວຂ້ອງ ໃນການໄປຮຽນ, ການເຮັດວິຊ້າ ໃນທີ່ຢຸ່ທີ່ ທ່ານ ໄດ້ຕື່ມໃນຮູບທາງລຸ່ມ.
ສະນັ້ນ, ເບີໂທຕ້ອງໃສ່ໃຫ້ຖືກ, ອີ່ເມວຕ້ອງໝັ່ນກວດ, ທີ່ຢູ່ຕ້ອງລະອຽດ. ຫຼັງຈາກຍືນເອກະສານໄປແລ້ວທາງຜູ່ໃຫ້ທຶນຈະ ແຈ້ງທ່ານຊາບທາງອີ່ເມວຊ່ວງປະມານ ຫຼັງເດືອນ 6 ຂອງທຸກໆປີຂຶ້ນໄປ.
ຮູບ. 10. Personal infomation
5.4.3. Education and EMployment History (ດັ່ງຮູບ 11).
ຮູບ. 11. Education and EMployment History
5.4.4. Language Proficiency and Study history (ດັ່ງຮູບ 12).
ຂໍ້ນີ້ສຳຄັນ: ຖ້າທ່ານໃດຕ້ອງການກຽມພາສາຈີນກ່ອນເຂົ້າສາຍແມ່ນໃຫ້ເລືອກ Preferred in teaching Language in Chinese, ແລະ ເວລາເລືອກໄລຍະການຮຽນແມ່ນໃຫ້ບວກຕື່ມອີກປີໜຶ່ງເພື່ອກຽມພາສາ.
ຍົກຕົວຢ່າງ 1: ໄລຍະເຂົ້າສາຍ (ເບິ່ງຈາກຂໍ້ 3.2 ຂັ້ນຕອນ 5) ວ່າໃນວິຊາທີ່ທ່ານຕ້ອງການຮຽນນັ້ນວ່າມີໄລຍະເທົ່າໃດ ແລ້ວໃຫ້ບວກຕື່ມປີ 1, ເຊັ່ນ: ຈາກປົກະຕິເຂົ້າສາຍ 03 ປີ (ເລີ່ມຮຽນ 01/09/2019-15/07/2022) ບວກຕື່ມເປັນໜຶ່ງ ກຽມພາສາຈີນເປັນ 01/09/2019-15/07/2023;
ຍົກຕົວຢ່າງ 2: ຖ້າຕ້ອງການເຂົ້າສາຍເປັນພາສາອັງກິດແມ່ນສາມາດເລືອກ Preferred in teaching Language in English ແລະ ກໍເລືອກຈຳນວນທີ່ຕ້ອງການຮຽນໄດ້ເລີຍ, ດີແທ້ກໍຄວນເລືອກ 03 ປີ ຖ້າໃຜຢາກຈົບ 02 ປີກໍສາມາດຈົບ ກ່ອນກຳນົດໄດ້.
ຮູບ. 12. Langguage Proficiency and Study history
5.4.5. Orther Contacts (ດັ່ງຮູບ 13).
ຮູບ. 13. Orther Contacts
5.4.6. Supporting Documents ຂັ້ນຕອນການອັບໂຫຼດເອກະສານ (ທີ່ກະກຽມໄວ້ໃນພາກທີ່ IV) ເຂົ້າສູ່ລະບົບຖານ ເວບໄຊຣ (ດັ່ງຮູບ 14).
ສີແດງແມ່ນຕ້ອງເອົາເອກະສານທີ່ກຽມໄວ້ໃນພາກ IV ມາອັບໂຫຼດໃສ່ (ສາມາດອັບໄດ້ໄຟຣເປັນນາມສະກຸນ JPG or JPEG ເທົ່່່ານັ້ນ)
ສີຟ້າຖ້າມີກໍອັບໃສ່ໄດ້ ເພາະຈະເປັນຕົວຊ່ວຍທີ່ດີໃຫ້ທາງພາກສ່ວນທີ່ກ່ຽວຂ້ອງພິຈາລະນາຮັບທຶນຂຶ້ນທຶນຕື່ມ)
ຮູບ. 14. Supporting Documents
5.4.7. Print the application form (ດັ່ງຮູບ 15).
ຫຼັງຕື່ມຂໍ້ມູນທີ່ສຳຄັນ ແລະ ກ່ຽວຂ້ອງ ທ່ານ ກໍຈະໄດ້ຟອມ Application form ເພື່ອປະກອບ ແລະ ຈະສົ່ງໄປປາຍທາງ ໃນພາກ VI (ບ່ອນຮັບທຶນ).
ຮູບ. 15. Print the application form
5.5. ວິທີຊອກຫາ Agency number ຂອງແຕ່ລະມະຫາວິທະຍາໄລ (ດັ່ງຮູບ 16-17).
ຈະຂໍຍົກຕົວຢ່າງການຊອກ Agency number ມະຫາວິທະຍາໄລ Central south University
ຂັ້ນຕອນທີ່ 01: ໃຫ້ເອົາຊື່ Central south University ໄປແປຢູ່ google translate ເປັນພາສາຈີນ (ດັ່ງຮູບ.16).
ຮູບ. 16. ວິທີຊອກຫາ Agency number
ຂັ້ນຕອນທີ່ 02:
- ຫຼັງຈາກແປອອກມາແລ້ວໃຫ້ຈະໄດ້ຄຳ 中南大学 (Pinyin: Zhongnan daxue);
- ໃຫ້ບັນດາທ່ານກ໋ອບປີ (Ctrl + C) ຄຳວ່າ 代码 (Pinyin: dai ma) ແລ້ວເອົາໄປໄວ້ທາງຫຼັງຄຳແປທີ່ແປຈາກຂັ້ນຕອນ ໜຶ່ງຈະໄດ້ 中南大学代码.
ຂັ້ນຕອນທີ່ 03: ໃຫ້ເຂົ້າໄປເວບ http://www.baidu.com ແລ້ວກ໋ອບຄຳວ່າ 中南大学代码 ຈາກຂັ້ນຕອນ 02 ແລ້ວຈະໄດ້ Agency number ຂອງມະຫາວິທະຍາໄລ Central south University ຄື 10533 (ດັ່ງຮູບ.17).
ຮູບ. 17. ວິທີຊອກຫາ Agency number
ສະຫຼຸບຄື: ຕ້ອງຊອກຫາຊື່ ມ. ນັ້ນໆ ແລ້ວເອົາໄປແປເປັນພາສາຈີນ, ຫຼັງຈາກໄດ້ພາສາຈີນແລ້ວໃຫ້ຕື່ມຄຳວ່າ 代码 ໄວ້ທາງຫຼັງ, ແລ້ວກ໋ອບປີໄປໃສ່ www.baidu.com ແລ້ວຈະໄດ້ Agency number ຂອງ ມ. ນັ້ນໆ, ຫຼັງຈາກໄດ້ Agency number ແລ້ວໃຫ້ເອົາໄປຕື່ມໃສ່ຂໍ້ 5.4.1.
ໂປຼແກຼມ CSC ຜ່ານມະຫາວິທະຍາໄລ (Chinese University Program)
ເອກະສານທີ່ຈະຕ້ອງຍືນແມ່ນເອກະສານທີ່ເຮົາໄດ້ກຽມໄວ້ຢູ່ໃນ ພາກທີ່ V: ຂໍລື້ມຄືນ ຊຸດໜຶ່ງປະກອບມີດັ່ງນີ້:
"1. ເອກະສານທີ່ຈຳເປັນຕ້ອງປະກອບມີ application form, 2. Certificates of Highest Education (Notarized Copy), 3. Transcripts of Highest Education (Notarized Copy), 4. Study Plan, 5. Two Recommendation Letters 2 ສະບັບ, 6. ໃບຢັ້ງຢຶນກວດສູຂະພາບສາກົນ(ສະບັບກັອບປີ້), 7. ສໍາເນົາໜັງສືຜ່ານແດນ"
"ເອກະສານເສີມ(ຖ້າມີ): 1. ໃບຢັ້ງຢືນ ລະດັບພາສາຈີນ HSK, ພາສາອັງກິດ TOFEL/IELTS, 2. ເອກະສານ ອື່ນໆ (ເຊັ່ນວ່າ ໃບຢັ້ງຢືນປະສົບການເຮັດ, ໃບຍ້ອງຍໍ, ໜັງສືຢັ້ງຢືນຜົນການຮຽນ ແລະ ອື່ນໆ)"
ຢຳ້ຕື່ມວ່າ ຕ້ອງສົ່ງເປັນສອງຊຸດ (ທີ່ເປັນສຳເນົາສີ ຫຼື ປິ້ນສີ) ໃຫ້ທາງ ມ. ເພາະວ່າຊຸດໜຶ່ງແມ່ນທາງ ມ. ຈະເກັບໄວ້, ອີກຊຸດໜຶ່ງແມ່ນທາງ ມ. ຈະສົ່ງໃຫ້ CSC ເປັນຜູ່ພິຈາລະນາຕື່ມ.
ການຍືນເອກະສານສຳລັບໂປຣແກຣມດັ່ງກ່າວນັ້້ນແມ່ນຈະຕ້ອງສົ່ງໄປຫາທີ່ຢູ່ຂອງ "ຕຶກຄະນະນັກສຶກສາຕ່າງປະເທດ ຂອງ ມ. ນັ້ນໆ ເທົ່ານັ້ນ ເປັນຕົ້ນເບີໂທລະສັບ (+ 86 ຕາມດ້ວຍ ເບີໂທ 11 ໂຕ), ອີ່ເມວ" ໂດຍສາມາດສົ່ງຜ່ານໄປສະນີ ຫຼື ສາມາດໃຊ້ບໍລິການ DHL (ປະມານ 3-5 ວັນຮອດ) ແຕ່ການຈະຊອກທີ່ຢູ່ຕຶກຄະນະນັກສຶກສາຕ່າງປະເທດ, ເບີໂທລະສັບມືຖື, ລາຍຊື່ຜູ່ຮັບ(ບາງ ບ່ອນກໍບໍ່ໃສ່) ຂອງ ມ. ນັ້ນໆ ສາມາດປະຕິບັດໄດ້ດັ່ງນີ້:
ຂັ້ນຕອນ 01: ໃຫ້ດຳເນີນຮອດຂໍ້ 3.2 ປະຕິບັດຂັ້ນຕອນ 1 ຮອດ 4, ແລ້ວກົດເຂົ້າເວບໄຊຣທາງການຂອງ ມ. ນັ້ນໆ (ດັ່ງຮູບ 04).
ຮູບ. 18. ຕົວຢ່າງການຊອກຫາທີ່ຢຸ່ຂອງຄະນະນັກສຶກສາຕ່າງປະເທດຂອງມະຫາວິທະຍາໄລ Central South University
ຂັ້ນຕອນ 02: ຫຼັງຈາກເຂົ້າໄປເວບໄຊຣຫຼັກແລ້ວໃຫ້ພະຍາຍາມຊອກຫາລິ້ງເຊື່ອມຕໍ່ທີ່ເປັນຂອງຄະນະຂອງນັກສຶກສາຕ່າງປະ
ເທດ ແລ້ວພາຍໃນຂອງຄະນະ International School or International Student
School or ມັນມີຫຼາຍຊື່ແລ້ວແຕ່ ແຕ່ລະບ່ອນຈະເອີ້ນ. ຫຼັງຈາກນັ້ນໃຫ້ຊອກຫາ
(International Contacts) (ຍົກຕົວຢ່າງໃນຮູບ 18, 19).
ຮູບ. 19. ຕົວຢ່າງການຊອກຫາທີ່ຢຸ່ຂອງຄະນະນັກສຶກສາຕ່າງປະເທດຂອງມະຫາວິທະຍາໄລ Sun-Yat sen University
ໝາຍເຫດ 1 : ເວບໄຊຣທາງການຂອງແຕ່ລະ ມ. ຈະແບ່ງອອກເປັນສອງພາສາຄື: ພາສາຈີນ ແລະ ພາສາອັງກິດ. ສ່ວນຫຼາຍເວີຊັ້ນພາສາຈີນແມ່ນຈະບອກລະອຽດ ແລະ ຊອກງ່າຍກວ່າເວີຊັ້ນພາສາອັງກິດ.
ວິທີແນະນຳຊອກເປັນເວີຊັ້ນພາສາຈີນສຳລັບຜູ່ບໍ່ໄດ້ພາສາຈີນເລີຍ
ຂັ້ນຕອນ 1: ຫຼັງຈາກເຂົ້າເວບໄຊຣຫຼັກ (ຂໍ້ 3.2) ໃຫ້ປ່ຽນເວີຊັ້ນເປັນພາສາຈີນ (ກົດຄຳວ່າ 中文版 ຢູ່ມຸມຂວາເທິງ) ແລ້ວໃຫ້ຊອກຄຳວ່າ 留学生教育 ຫຼື 国际教育 ຫຼື 国际交流学院 ຄວາມໝາຍດຽວກັນ.. ແລ້ວທ່ານຈະພົບກັບລິ້ງ ຂອງຄະນະນັກສຶກສາຕ່າງປະເທດ, ຫຼັງຈາກນັ້ນຈຶ່ງປ່ຽນກັບມາເປັນພາສາອັງກິດຄືນ. ແລ້ວທ່ານກໍຈະເຫັນ Contacts.
ຖ້າຈະໃຫ້ດີແທ້ກໍຄວນສຶກສາຂໍ້ມູນຂອງ ມະຫາວິທະຍາໄລນັ້ນໆກ່ອນ ວ່າເຂົາມີເງື່ອນໄຂແນວໃດ, ບາງມະຫາວິທະຍາໄລກໍ ມີເງື່ອນໄຂໃຫ້ຈ່າຍຄ່າສະໝັກນຳ (ແຕ່ສ່ວນໃຫຍ່ຈະບໍ່ເກີນ 600 ຢວນ). ບາງມະຫາວິທະຍາໄລກໍໃຫ້ສະໝັກຟຣີ. ສະນັ້ນ ຄວນອ່ານລາຍລະອຽດຄັກໆ ເຊິ່ງສ່ວນໃຫຍ່ຈະຂຽນຢຸ່ໃນລິ້ງຂອງຄະນະນັກສຶກສາຕ່າງປະເທດ ຫຼື ຂຽນອີ່ເມວໄປຖາມ ເລີຍຍິ່ງເປັນການດີ.
ຫຼັງຈາກໄດ້ທີ່ຢຸ່, ເບີໂທ, ຄົນຮັບແລ້ວ(ຖ້າໃນລິ້ງ ບໍ່ໄດ້ຂຽນຊື່ຄົນຮັບ, ກໍໃຫ້ຂຽນຊື່ຄະນະນັກສຶກສາຕ່າງປະເທດແທນຊື່ຄົນ ຮັບກໍໄດ້) ຫຼັງຈາກນັ້ນກໍໄປຍື່ນຜ່ານບໍລິການຂອງ DHL, ບໍລິການສົ່ງເຄື່ອງໄປຈີນ ແລະ ໄປສະນີ (ເຊິ່ງຈະໄວ ແລະ ແພງຕາມລຳດັບ).
ພາກທີ່ VII: ຫຼັງການຍື່ນເອກະສານ (ຫຼັງການສະໝັກ)
ຫຼັງຈາກການສົ່ງເອກະສານໄປຫາບ່ອນຮັບຮຽບຮ້ອຍແລ້ວ, ກໍເຮັດກິດຈະກຳວັນປົກະຕິ ເພີ່ມເຕີມຄືເຮັດບຸນ, ໃສ່ບາດຢາດ ນຳ້, ອະທິຖານພາວະນາຂໍໃຫ້ໄດ້ທຶນ ແລະ ລໍຖ້າຄຳຕອບໃນອີ່ເມວປະມານຊ່ວງທ້າຍເດືອນ 5 ເປັນຕົ້ນໄປ ແລະ ໝັ່ນຕິດ ຕາມເວບໄຊຣກ່ຽວກັບຜົນການຍືນທຶນ.
ພາກທີ່ VIII: ຫຼັງຈາກໄດ້ຮັບຕອບມາວ່າໄດ້ທຶນແລ້ວ
ພາກທີ່ IV: ສະຫຼຸບ
ພາກພິເສດຈາກໃຈຜູ່ຂຽນ
“X. Z.”
- ຫຼັງຈາກໄດ້ຄຳຕອບວ່າໄດ້ທຶນແລ້ວກໍໃຫ້ລໍຖ້າຊ່ວງໜຶ່ງ, ເພາະທາງມະຫາວິທະຍາໄລກຳລັງກະກຽມເອກະສານທີ່ກ່ຽວເຂົ້າ (Admission notice, JW 201 ໃບເຮັດວິຊ່າ ແລະ ອື່ນ);
- ຫຼັງຈາກໄດ້ຮັບເອກະສານດັ່ງກ່າວແລ້ວຄວນຊອກຊື້ປີ້ຍົນເພື່ອໄປເມືອງດັ່ງກ່າວ, ຫຼື ຊອກຖາມໝູ່ຕໍ່ໝູ່, ຫຼື ໝູ່ຂອງລຸ້ນ ເອື້ອຍລຸ້ນອ້າຍ ສືບທາວຫາກັນວ່າມີໃຜຮຽນຢູ່ເມືອງນັ້ນແນ່, ແລ້ວຊື້ປີ້ຍົນພ້ອມກັບເຂົາເຈົ້າ ເພາະວ່າເມືອງໃດມີມະຫາວິທະ ຍາໄລເປີດຮັບທຶນແມ່ນເມືອງນັ້ນມີຄົນລາວແນ່ນອນ.
1. ການຍືນທຶນເພື່ອໄປຮຽນຢູ່ ສປ ຈີນ ແມ່ນບໍ່ໄດ້ຍາກດັ່ງທີ່ທ່ານຄິດ, ພຽງແຕ່ກະກຽມເອກະສານກ່ອນສະໝັກໃຫ້ດີດີ ແລະ ໃຫ້ຄົບຖ້ວນ ທ່ານກໍມີໂອກາດໄປຮຽນຢູ່ຕ່າງປະເທດໄດ້ແລ້ວ.
2. ການໄປຮຽນ ສປ ຈີນ ຍັງເປັນການປະຢັດງົບຂອງພໍ່ແມ່, ຄອບຄົວໄດ້ຫຼາຍສົມຄວນ, ບາງຄົນປະຢັດໄດ້ຍັງສາມາດສົ່ງເງິນ ມາໃຫ້ທາງບ້ານໃຊ້ນຳກໍມີ.
- ຫຼັງຈາກໄດ້ໄປຮຽນແລ້ວ
ຢ່າລືມຕັ້ງໃຈຮຽນສົມທີ່ຕັ້ງໃຈຢາກໄປເດີ, ຖ້າຮຽນຈົບແລ້ວກັບມາເຮັດວຽກນຳລັດກໍດີ,
ເຮັດນຳ ເອກະຊົນກໍດີ ຫຼື ມາເປີດທຸລະກິດເປັນຂອງຕົນເອງກໍດີ, ເພື່ອເຮົາເຊື່ອວ່າ ທ່ານ ຈະໄດ້ຮັບປະສົບການໃໝ່ໆ ແລະ ມີໄອເດຍ ມາຕໍ່ຍອດຢຸ່ບ້ານເກີດໄດ້ແນ່ນອນ.
- ສຳລັບທຶນປີນີ້ ເຮົາ ຂຽນບົດຄວາມອອກມາຊ້າແນ່ ສະນັ້ນ, ກໍຂໍອະໄພມາຍັງທ່ານດ້ວຍ. ແຕ່ ເຮົາ ເຊື່ອແນ່ວ່າ ຈະສາມາດ ໃຊ້ບົດຄວາມນີ້ໄດ້ໃນຫຼາຍປີຕໍ່ໜ້າຢຸ່ ຖ້າໜ່ວຍງານທີ່ກ່ຽວຂ້ອງບໍ່ປ່ຽນແປງວິທີສະໝັກກ່ອນ :-).
- ທຶນ CSC ໂດຍປົກກະຕິ ທຸກ ມ. ເພິ່ນຈະເປີດຮັບຊ່ວງ ຕົ້ນເດືອນ 1 ໄປຫາ ທ້າຍເດືອນ 3 ຫຼື ຕົ້ນເດືອນ 4.
- ເຮົາ ຫວັງວ່າ ບົດຄວາມນີ້ຈະຊ່ວຍບັນດາ ທ່ານ ໄດ້ບໍ່ຫຼາຍກໍໜ້ອຍ.
- ສຸດທ້າຍນີ້ກໍຂໍອວຍພອນໃຫ້ບັນດາໝູ່ຄູ່, ສະຫາຍ, ນ້ອງເອື້ອຍອ້າຍຈົ່ງປະສົບສຳເລັດໃນການສະໝັກທຶນການສຶກສາ ຂອງ ລັດຖະບານ ສປ ຈີນ ໝົດທຸກຄົນເດີ.
“X. Z.”
References:
1, http://www.campuschina.org/index.html
2, https://www.topuniversities.com/university-rankings/brics-rankings/2018
1, http://www.campuschina.org/index.html
2, https://www.topuniversities.com/university-rankings/brics-rankings/2018
ສະບາຍດີອ້າຍ ທຶນເຫຼົ່ານີ້ເຂົາໃຫ້ສຳລັບໄປແລກປ່ຽນ 1ປີຢູ່ບໍ? ເພາະເຫັນໃນເວັບຄົ້ນຫາ Course ນັ້ນມີ Exchange Programme ນຳ; ແຕ່ບໍ່ຮູ້ວ່າເຈົ້າຂອງທຶນເຂົາຈະໃຫ້ບໍ?
ReplyDeleteສະບາຍດີນ້ອງ... ສຳລັບທຶນທີ່ຂຽນຂ້າງເທິງແມ່ນເອີ້ນວ່າ ທຶນ CSC, ເປັນທຶນສຳລັບຮຽນ ປ. ຕີ, ໂທ ແລະ ເອກ ເຊິ່ງຈະໃຊ້ເວລາ 3-5 ປີ ຕາມລະດັບວຸທິ. ສ່ວນຄຳຖາມຂອງນ້ອງກ່ຽວກັບທຶນແລກປ່ຽນ 1 ປີ ຖ້າເປັນຂອງຄົນອາຊຽນເຮົາ, ອ້າຍແນະນຳໂປຣແກຣມ belt and Road, ເຊິ່ງເປັນທຶນ 1 ປີ ເພິ່ນຈະໃຫ້ຮຽນພາສາຈີນ, ຮຽນຮູ້ວັດທະນະທຳຂອງ ສປ ຈີນ ແລະ ບາງ ມ. ກໍພາໄປທ່ຽວຫຼາຍບ່ອນ.. ແຕ່ທຶນ Belt and road ແມ່ນເພິ່ນຈະແຈ້ງຢູ່ໃນເວບໄຊຣຂອງຄະນະຕ່າງປະເທດຂອງບາງມະຫາວິທະຍາໄລເທົ່ານັ້ນ..
Deleteອ້າຍຈະຂໍຍົກຕົວຢ່າງໃຫ້ຈັກສອງ ມ. ເດີ ຫຼື ສາມາດສົ່ງອີ່ເມວໄປຖາມຄະນະນັກສຶກສາຕ່າງປະເທດໄດ້ເດີ:1, Hubei University “http://ic.hubu.edu.cn/info/1071/2183.htm”
2, Southwestern University of Finance and Economics “http://international.swufe.edu.cn/English.htm”
Meaningful!!! Thanks a lot bro. U r such a very kind Lao student to China.
ReplyDeleteສະບາຍດີ ອ້າຍ
ReplyDeleteຂໍຂອບໃຈຫລາຍ . ອ້າຍເປັນຜູ້ສ້າງແຮງບັນດານໃຈ ແລະ ໃຫ້ຄວາມຮູ້ຫລາຍ. my hero <3
ຂອບໃຈຫຼາຍໆ ນ້ອງ... ຂໍໃຫ້ໂຊກດີນຳການສະໝັກທຶນເດີ. ຈົບກັບມາພັດທະນາຊາດ ແລະ ມອບສິ່ງດີດີໃຫ່ສັງຄົມລາວນຳກັນເດີ
Deleteຂອບໃຈຫລາຍຫລາຍ ຂໍ້ມູນຂອງອ້າຍໄດ້ໃຫ້ທິດແນະນຳ ວິທີການສະຫມັກທຶນ ໂດຍລະອຽດ ໃຫ້ແກ່ນັກສຶກສາລາວທີ່ມີຄວາມສົນໃຈ. ແລະ ຫວັງອີກວ່າ ອ້າຍຈະມີບົດຄວາມດີດີ ແບ່ງປັນໃຫ້ກັບນັກສຶກສາພວກເຮົາຕໍ່ຕໍ່ໄປ. ຂອບໃຈຫລາຍຫລາຍເດີ
ReplyDeleteສະບາຍດີອ້າຍ ອີກເທື່ອຫນື່ງ ຢາກລົບກວນອ້າຍ ຂໍເມວຕິດຕໍ່ ຫລື ຊ່ອງທາງຕິດຕໍ່ອ້າຍແດ່ ຄືນ້ອງຍັງມີສິ່ງທີ່ຢາກຂໍຄຳປຶກສານຳອ້າຍຕື່ມກ່ຽວກັບວິທີການສະຫມັກທຶນຈີນ.
ReplyDeleteລົບກວນອ້າຍເດີ
chaly.place@hotmail.com
02028666683 (Call&whatsapp)
WechatID: leektkth
ຂໍໂທດຕອບຊ້າເດີ..
DeleteThis comment has been removed by the author.
ReplyDeleteຂໍຖາມແດ່ອ້າຍຄືວ່າເອກະສານທີ່ເຮົາຈະຕ້ອງສົ່ງໄປຫາມະຫາໄລນັ້ນໆແມ່ນຈະຕ້ອງເປັນຂອງແທ້ ຫລື ສຳເນົາ
ReplyDeleteຂອບໃຈ
ຂໍອະໄພທີ່ຕອບເດີ.. ສຳລັບເອກະສານນັ້ນ ແມ່ນໃຫ້ເຮັດເປັນສອງຊຸດ (ເພາະຊຸດໜຶ່ງມະຫາວິທະຍາໄລຈະເປັນຜູ່ເກັບໄວ້, ອີກຊຸດໜຶ່ງແມ່ນທາງມະຫາວິທະຍາໄຈຈະສົ່ງໃຫ້ຄະນະກຳມະການຂອງ CSC ເປັນຜູ່ກວດ)..
Delete*** ເອກະສານ 2 ຊຸດ ທີ່ຈະຕ້ອງສົ່ງໄປນັ້ນເປັນສຳເນົາເດີ(ດີແທ້ກໍຄວນກ໋ອບປີສີ, ເພາະມັນຈະເບິ່ງຄືງາມ ແລະ ຄືມີຕັ້ງໃຈແນ່)***
ຂໍໃຫ້ໂຊກດີເດີ
ສະບາຍດີອ້າຍ ນ້ອງຢາກຂໍເບີຕິດຕໍ່ ຫຼື ເມວຕິດຕໍ່ຫາອ້າຍແນ່ໄດ້ບໍ່ ເພາະນ້ອງຍັງມີຫຼາຍອັນຊິຖາມອ້າຍຢູ່ ລົບກວນອ້າຍແນ່ໄດ້ບໍ່
ReplyDeleteເຮົາຢາກປຶກສາກັບເຈົ້າໄດ້ບໍ່?
ReplyDeleteຂໍຊ່ອງທາງຕິດຕໍ່ໄດ້ບໍ່ນໍ້ເຈົ້າ?
ສະບາຍດີ ຂໍໂທດທີ່ຕອບຊ້າເດີ.
Deleteລົບກວນຟາກຊ່ອງທາງຕິດຕໍ່ວີແຊັດ ຫຼື ວ໋ອດແອັບໄວ້ເດີ
This comment has been removed by the author.
DeleteWc:tity_12
Delete微信:tity_12
Deletewhatsapp: +8562059553054
🤝🤝
Deleteອ້າຍຫຼາຍໆ, ທັງລະອຽດຄົບຖ້ວນແລະມີສາລະ.
ReplyDelete❤️ ນ້ອງມີແນວຢາກຖາມໜ້ອຍໜຶ່ງ ບໍ່ແນ່ໃຈຊິຂໍລົບກວນຕິດຕໍ່,ປຶກສາຈັກໜ້ອຍໄດ້ບໍ່ນໍ້
微信: do442001
🤝🤝
ReplyDeleteຖ້າເອກະສານໄປຮອດແລ້ວ ແມ່ນມະຫາວິທະຍາໄລຈະບໍ່ແຈ້ງເອກະສານວ່າໄດ້ຮັບ.. ມີແຕ່ທາງມະຫາວິທະຍາໄລຈະແຈ້ງເວລາຕອນນ້ອງໄດ້ຮັບທຶນ ຫຼື ໄດ້ຜ່ານຂັ້ນຕອນຄັດເລືອກຮອບຮອງສຸດທ້າຍປະມານຊ່ວງເດືອນ 6-7...
ReplyDeleteສຳລັບຄຳຖາມວ່າ ຈະຮູ້ໄດ້ແນວໃດວ່າ ທາງມະຫາວິທະຍາໄລໄດ້ຮັບເອກະສານແລ້ວຫຼືບໍ?
ຄຳຕອບ: ແມ່ນໃຫ້ເຂົ້າຖາມຢູ່ບ່ອນສົ່ງ, ຖ້າແມ່ນໄປສະນີ ແມ່ນຖາມບ່ອນສົ່ງ, ຖ້າແມ່ນ DHL ແມ່ນໃຫ້ເອົາລະຫັດຕອນສົ່ງ ແລ້ວເຂົ້າໄປກວດຢູ່ເວບໄຊຣ DHL, ຖ້າເປັນໄປສະນີຂອງບໍລິສັດເອກະຊົນແມ່ນເຂົ້າໄປຖາມເຂົາເຈົ້າ ຫຼື ວິທີຕິດຕາມນຳເຂົາເຈົ້າເລີຍ
ຂໍລົບກວນຖາມແນ່ວ່າສຳລັບຄົນທີ່ກຳລັງຮຽນປະລິນຍາຕີປີ1(ທຶນຕົວເອງ) ມືທຶນໃດແດ່ທີ່ສາມາດສະມັກຂໍທຶນຮຽນຟີຣໃນປີຕໍ່ໄປ?
ReplyDeleteWc id : Williamscar
Deleteສຳລັບທຶນການສຶກສາປະລິນຍາຕີ: ແມ່ນສ່ວນຫຼາຍຈະຊັບພອດໂດຍ 1, ທຶນທ້ອງຖິ່ນ(ທຶນຂອງແຂວງ ຫຼື ທຶນຂອງເມືອງ ບາງທີ່ ກໍມີທຶນ ຂອງມະຫາວິທະຍາໄລ, ແຕ່ໃນນັ້ນເງື່ອນໄຂກໍຈະແຕກຕ່າງກັນໄປ ເປັນຕົ້ນ ບາງບ່ອນອາດຈະຟຣີຄ່າຮຽນ ແຕ່ບໍ່ມີເງິນກິນຢູ່ໃຫ້, ບາງບ່ອນຟຣີທັງຄ່າຮຽນ ແລະ ໃຫ້ເງິນກິນຢູ່ນຳ ໜ້ອຍຫຼາຍແຕກຕ່າງກັນໄປ); 2. ຖ້າເປັນຂອງລັດຖະບານຈີນສ່ວນຫຼາຍແມ່ນໂປຼແກຼມ belt and road (一带一路)ເຊິ່ງຄ່າຮຽນຟຣີ, ເງິນກິນຢູ່ 2500/ເດືອນ ຕະຫຼອດ 4ປີ).
Deleteສຳລັບຄຳຖາມ: ຈະສະມັກໂຕໃດໄດ້ແນ່ໃນປີຕໍ່ໄປ? ສາມາດຕັດສິນໃຈໄດ້ໃນສອງທາງເລືອກທີ່ຂຽນຂ້າງເທິງເລີຍ.
ຄຳຖາມເພື່ອ: ຈະຮູ້ໄດ້ແນວໃດວ່າ ຮຮ ໃດເປີດຮັບທຶນ ປ. ຕີ ປະເພດໃດ ຫຼື ຈະຊອກຂໍ້ມູນໄດ້ແນວໃດ? ແນະນຳໃຫ້ທຸກຄົນເຂົ້າໄປຊອກຫາຂໍ້ມູນຢູ່ ເວບໄຊຣ ຮຮ (ເຂົ້າໄປໃນເວບໄຊຣໃນ ຮຮ ແລ້ວຊອກຫາ ລິ້ງຂອງຄະນະຕ່າງປະເທດ ມ. ນັ້ນ) ທີ່ຄາດວ່າຈະມີສາຍທີ່ໂຕເອງຢາກຮຽນ (ອາດຈະສຸ່ມເລືອກຈາກເມືອງທີ່ຢາກໄປ, ຫຼື ຊື່ມະຫາວິທະຍາໄລ). ໃນນັ້ນ ທາງ ມ. ຈະບອກລະອຽດວ່າ ມີທຶນປະເພດໃດແນ່, deadline ການຮັບເອກະສານມື້ໃດ ແລະ ທີ່ຢູ່ການສົ່ງເອກະສານນຳ.
ແມ່ນແລ້ວ, ຖ້າເປັນທຶນຂອງລັດຖະບານຈີນ ປ. ຕີ (belt and and road) ຖ້າບໍ່ມີ HSK ກໍສາມາສະມັກໄດ້ເລີຍ ເພາະຖ້າໄດ້ທຶນແລ້ວກໍຈະໄດ້ກຽມພາສາປີໜຶ່ງກ່ອນເຂົ້າສາຍ; ຖ້າເປັນ ປ. ໂທ ກໍເຊັ່ນດຽວກັນ (ທຶນຜ່ານມະຫາວິທະຍາໄລ) ບໍ່ມີ HSK ມະຫາວິທະຍາໄລ ກໍຈະໃຫ້ກຽມພາສາກ່ອນໜຶ່ງປີ ຈຶ່ງເຂົ້າສາຍ
ReplyDeleteຖ້າເຮົາສະຫມັກທຶນແລ້ວ, ໄດ້ສົ່ງເອກະສານໄປຍັງສະຖານທູດຈີນທີຢູ່ລາວບໍ່, ຖ້າໄດ້ທຶນແລ້ວໄດ້ຕິດຕໍ່ໄປຍັງສະຖານທູດບໍ່, ຫລືເຮົາຊື້ບີ້ຍົນໄປເອງເລີຍ
ReplyDeleteຖ້າເຮົາສະໝັກທຶນ (ກຽມເອກະສານ) ແລ້ວ ແມ່ນສົ່ງເອກະສານໄປຫາມະຫາວິທະຍາໄລທີ່ເຮົາເລືອກ(ສະໝັກ)ເລີຍ, ຖ້າເຮົາໄດ້ທຶນແລ້ວແມ່ນເຮົາຕ້ອງຖ້າໃບຕອບຮັບຈາກມະຫາວິທະຍາໄລສົ່ງມາ, ແລ້ວເຮົາຕ້ອງໄປແຈ້ງກົມກິດຈະການ(ກະຊວງສຶກສາ) ທີ່ຕັ້ງຢູ່ແຖວສະໜາມກິລາເຈົ້າອານຸວົງ, ເພື່ອເພື່ອໃຫ້ການຄຸ້ມຄອງນັກສຶກສາທີ່ໄປຮຽນຢູ່ຕ່າງປະເທດເປັນໄປຢ່າງຖືກຕ້ອງ (ເພາະວ່າເພາະຈະສົ່ງລາຍຊື່ການຄຸ້ມຄອງໄປໃຫ້ສະຖານທູດ)
Deleteສະບາຍດີອ້າຍຂອບໃຈຫລາຍສຳລັບຂໍ້ມູນທີ່ເປັນປະໂຫຍດ ນ້ອງຢາກຖາມແນ່ວ່າ ຖ້າເຮົາສະໝັກທຶນ CSC ແລ້ວສາມາດສະຫມັກທຶນ Mofcom ໄປພ້ອມໆກັນໄດ້ເລີຍບໍ່ນ່ະ
ReplyDeleteສຳລັບເອກະສານທີ່ສົ່ງໄປໂຮງຮຽນແມ່ນເພິ່ນໃຫ້ເລືອກໄດ້ຈັກໂຮງຮຽນນະ ເພາະໂປແກມໃຫ້ຂຽນລະຫັດໂຮງຮຽນມີແຕ່ໂຮງຮຽນດຽວ ໝາຍຄວາມວ່າເຮົາສາມາດເລືອກສະໝັກໄດ້ແຕ່ໂຮງຮຽນດຽວເທົ່ານັ້ນແມ່ນບໍ່ນ່ະ
Deleteສະບາຍດີ, ຂໍໂທດທີ່ຕອບຊ້າເດີ...
Deleteສຳລັບສະມັກທຶນ CSC (ຜ່ານໂປແກຣມ ມະຫາວິທະຍາໄລແລ້ວ) ສາມາດສະມັກທຶນ CSC (Mofcom) ໄດ້ບໍ?
==> ໃນຄວາມເປັນຈິງ ສອງອັນນີ້ເປັນທຶນຊ່ວຍເຫຼືອຂອງລັດຖະບານຈີນໝົດສອງຕ່າງແຕ່ວ່າໂຕໜຶ່ງຜ່ານ ມະຫາໄລ ໂຕໜຶ່ງຜ່ານກະຊວງການຄ້າຈີນ, ສະນັ້ນ ສະມັກໝົດສອງໄດ້ບໍ? ຄຳຕອບຄືສາມາດລອງສະໝັກໄດ້;
ສຳລັບເອກະສານທີ່ເລືອກຜ່ານ ຮຮ ນັ້ນ ແມ່ນເລືອກໄດ້ ຮຮ ດຽວ ເພາະມັນໃຫ້ຂຽນລະຫັດສຳລັບ ຮຮ ນັ້ນໆ ແລະ ໃຫ້ຍື່ນໄປ ຮຮ ນັ້ນໆ ເລີຍ
ຂອບໃຈຫລາຍໆ ສຳລັບຂ້ມູນດີໆ ສຳລັບທຶນ CSC ຜ່ານ ໂຮງຮຽນ ສ່ວນສະໝັກຜ່ານລະົບບແມ່ນ Deadline ແມ່ນຕາມ ໂຮງຮຽນນັ້ນເລີຍແມ່ນບໍ່ນ່ະ
Deleteສະບາຍດີຂໍແນວຕິດຕໍ່ອ້າຍເເດ່ ຫຼືວ່າ ອ້າຍສົ່ງໃສ່ນ້ອງກໍໄດ້! Whatspp: 02055405110, wechat: khamsouang2000 , fb:damdamsamsam
ReplyDeleteຂໍເບີwhatapp ແດ່
ReplyDeletecn
Deleteຕິດຕໍຫາແດ່
ReplyDeleteWc:vinlee_2031
Whatapp:95931027
This comment has been removed by the author.
ReplyDeleteຂໍ້ມູນຂ້າງເທີງລະອຽດແລະຄົບຖ້ວນ ຂ້ອຍສະໝັກມາ 3 ປີລະ ຍັງບໍ່ຕິດຈັກປີ ສະໝັກທືນງ່າຍ ແຕ່ໂອກາດໄດ້ທືນແມ່ນມີໜ້ອຍ.
ReplyDeleteສະບາຍດີ, ຂໍໂທດທີ່ຕອບຊ້າ: ໂອກາດໄດ້ທຶນຖ້າແມ່ນປະລິນຍາຕີ ແມ່ນສ່ວນຫຼາຍ ຮຮ ຈະພິຈາລະນາ ຈາກຄະແນນພື້ນຖານເສັງຈົບ ມ. ປາຍ ແລະ ການຂຽນ study plan. ຖ້າມີໃບປະກາດດ້ານອື່ນເສີມຕື່ມເຊັ່ນ ພາສາອັງກິດ ຫຼື ຄວາມສາມາດ ແມ່ນຈະເພີ່ມໂອກາດການຍາດທຶນ.. ການຂຽນ study plan ໃຫ້ຕ້ອງຕາ ຮຮ ແມ່ນສຳຄັນຫຼາຍ
DeleteWechat: Oum_0000
ReplyDeleteWhatsApp: 58705222
ລົບກວນແນ່ ເຮົາຢາກປຶກສາເລື່ອງການຍື່ນທຶນ ປີນີ້ຈ້າງເອເຈັນລະບໍ່ໄດ້ ປີຫນ້າວ່າຈະຍື່ນເອງແຕ່ບໍ່ຮູ້ວ່າຕ້ອງຍື່ນຢູ່ໃສແນວໃດ 🙏🙏🙏
ສະບາຍດີພໍດີນ້ອງສົນໃຈເລື່ອງທຶນຮຽນຕໍ່ໂທ ຖ້າອ້າຍເລື່ອນຜ່ານເຫັນຄອມເມັ້ນນີ້ ລົບກວນອ້າຍຕອບກັບນ້ອງແດ່ເດີ້
ReplyDeletewechat: jampy05
whatsapp: 58080507
ເກຼດຄະແນນຮຽນຕໍ່ໂທແມ່ນເອົາທໍ່ໃດຂື່ນເມືອນໍອ້າຍ ?
ReplyDeleteບໍ່ຈຳກັດ ສາມາດສະມັກໄດ້ໝົດເລຍ, ສຳຄັນແມ່ນ ຖ້າສະມັກຮຽນ ປ. ໂທ ສະບາຍດີ, ຂໍໂທດທີ່ຕອບຊ້າ, ແມ່ນຕ້ອງຂຽນບົດ study plan ຫຼື proposal research ໃຫ້ດີດີ ເພາະວ່າ ການພິຈາລະນາ ແມ່ນເຂົາຈະເບິ່ງ background ການຈົບ ປ. ຕີ ແລະ ແຜນການທີ່ຈະຮຽນໃນອະນາຄົດ
Deleteສະບາຍດີ, ຂໍຖາມແດ່.ເຮົາສາມາດເລີ່ມຢືນທຶນໄດ້ໃນຊ່ວງໄລຍະເດືອນໃດ?
ReplyDeleteກະກຽມ ເອກະສານໄວ້ເລີຍເດີ ສ່ວນຫຼາຍ ເຂົາຈະເລີ່ມຮັບເອກະສານໃນລະຫວ່າງກາງເດືອນ 12 ຫຼື ຕົ້ນເດືອນ 1 ໄປຈົນສຸດທ້າຍເດືອນ 3 ຫຼື ກາງເດືອນ 4 (15/12~31/1) ຫຼື (1/1~15/4) ຂອງທຸກໆປີ
Deleteສະບາຍດີຄືນ້ອງມີຂໍ້ສົງໄສ ສາມາດຕິດຕໍ່ສອບຖາມອ້າຍໄດ້ບໍນໍ້ ຫລືອ້າຍຈະຕິດຕໍ່ນ້ອງມາໄດ້ຫລືບໍ 02092623984
ReplyDeleteຂໍໂທດເດີ ນ້ອງມີເລື່ອງຊິຖາມນ້ອຍຫນຶ່ງ ລົບກວນອ້າຍຕິດຕໍ່ທາງ
ReplyDeleteWechat :chim_ba 54122
ນ້ອງມີເລື່ອງຢາກລົບກວນຖາມຫນ້ອຍຫນື່ງwechat :annie205203
ReplyDeleteສະບາຍດີ ນ້ອງຂໍຖາມແດ່ ຕອນນີ້ນ້ອງກຳລັງຮຽນປີສຸດທ້າຍ ປີ4 ປ.ຕຣີ ຢູ່ ແມ່ນສາມາດສະຫມັກໄປ ປ.ໂທ ໄດ້ບໍ (ນ້ອງຄຸ້ນໆວ່າເຄີຍອ່ານຜ່ານໆວ່າສາມາດເຮັດໄດ້ ແຕ່ດົນແລ້ວ)ເລີຍຢາກຖາມອ້າຍເພື່ອຄວາມຫມັ້ນໃຈ
ReplyDeleteສະເພາະທຶນ belt and and road ບໍອ້າຍທີ່ໃຫ້ທຶນກຽມພາສາ ແລ້ວທຶນ CSC ຜ່ານມະຫາໄລເພິ່ນກໍມີທຶນໃຫ້ກຽມພາສາບໍອ້າຍຫລືບໍ່?
ReplyDeleteສະບາຍດີອ້າຍນ້ອງຂໍລົບກວນອ້າຍແນ່ຢາກສອບຖາມອີກເລັກນ້ອຍຂໍຊ່ອງທາງຕິດຕໍ່ແດ່ອ້າຍຫລືບໍອ້າຍ@ຫານ້ອງແດ່
ReplyDeletewechat: fujihangyama
Whatapps: 020 93871153
ສະບາຍດີອ້າຍອີເມວຫານ້ອງແດ່ຢາກສອບຖາມເພີ່ມເຕີມແດ່ອ້າຍ
ReplyDeleteheyguyj5@gmail.com
ຂໍໂທດເດີອ້າຍ ສົ່ເອກະສານນິ ຫລັງຈາກສະຫມັກອອອນໄລນ໌ແລ້ວເຮົາຕ້ອງສົ່ງສະບັບຈິງໄປອີກສອງຊຸດຈັ່ງຊີ້ເບາະ
ReplyDeleteສະບາຍດີ, ຫຼັງຈາກສະມັກອອນລາຍແລ້ວ ປົກະຕິ ຕ້ອງສົ່ງເອກະສານສຳເນົາ 2 ຊຸດໄປໃຫ້ ມໍ. ທີ່ຕົນເອງສະມັກ, ແຕ່ເນື່ອງຈາກປີວັງໜຶ່ງເປັນຊ່ວງໂຄວິດ ສະນັ້ນ ຫຼາຍ ຮຮ ຈະຮັບເອກະສານຜ່ານອີ່ເມວຢ່າງດຽວ (ໝາຍຄວາມວ່າ ບໍ່ຕ້ອງສົ່ງເອກະສານຜ່ານ ໄປສະນີ ໄປຫາ ຮຮ, ມີແຕ່ຫຼັງຈາກກຽມເອກະສານທຸກຢ່າງແລ້ວ ໃຫ້ສະແກນໄຟຣ ເປັນ .PDF ຫຼື .JPEG ແລ້ວສົ່ງໄປທາງ ອີ່ເມວຂອງຄະນະນັກສຶກສາຕ່າງປະເທດ ຮຮ ນັ້ນໆ...
Deleteປລ. ແນວໃດກໍເດີ, ຂໍແນະນຳໃຫ້ອ່ານວິທີຮັບເອກະສານຂອງແຕ່ລະ ມໍ. ຄັກໆ ກ່ອນຈະສົ່ງໄປ, ເຊິ່ງໂດຍປົກະຕິ ເພິ່ນຈະມີແຈ້ງການຢູ່ເວບໄຊຣຄະນະນັກສຶກສາຕ່າງປະເທດນັ້ນ, ເຊີ່ງແຈ້ງການນັ້ນສາມາດປະຕິບັດ ພາກທີ 6 ຂັ້ນຕອນ 2 ໄດ້..
ເນື່ອງຈາກຜູ່ຂຽນເອງກໍບໍ່ຄ່ອຍໄດ້ເຂົ້າມາອ່ານຄອມເມັ້ນທຸກມື້ແນ່, ສຳລັບຄອມເມັນໄດ້ບໍ່ໄດ້ຕອບ ກໍຂໍອະໄພນຳຫຼາຍໆ, ສຳລັບ ທ່ານ ໃດທີ່ບໍ່ເຂົ້າໃຈຂໍ້ໃດ ຫຼື ຕ້ອງການຄຳແນະນຳຕື່ມ ແມ່ນສາມາດແອັດຜ່ານວີແຊັດໄອດີ: sungkhomlao
ReplyDeleteແລະ ລົບກວນຂຽນບອກແນ່ວ່າ ມາຈາກ blog phueasungkhomlao ນຳເດີ..