Posts

Showing posts from January, 2019

ວິທີການ ສະມັກທຶນການສຶກສາຂອງລັດຖະບານ ສປ ຈີນ (ຂອງໜ່ວຍງານ CSC: China Scholarships Council) ດ້ວຍຕົວເອງ, ໂດຍບໍ່ຈຳເປັນໃຊ້ບໍລິການຜ່ານ Agency

Image
ມາແລ້ວມາແລ້ວ ທຶນການສຶກສາຈີນປະຈຳປີ 2019 (ເຊິ່ງມັນກໍມີທຸກປີແຕ່ຈະເລີ່ມເປີດຮັບເອກະສານປະມານຊ່ວງ ທ້າຍເດືອນ 12 ຫາ ທ້າຍເດືອນ 3 , ຢຳ້ວ່າປະມານ). ກະທູ້ນີ້ແມ່ນຕອບໂຈດໃຫ້ຜູ້ທີ່ຮຽນເກັ່ງ ແລະ ສົນໃຈຢາກໄປຮຽນຢູ່ ສປ ຈີນ ເຊິ່ງສາມາດປະກອບເອກະສານ ແລະ ສາມາດທຶນໄດ້ດ້ວຍຕົນເອງໂດຍບໍ່ຈຳເປັນຕ້ອງຜ່ານ Agency. ຜູ່ຂຽນ (ນາມປາກກາ: ໂອ້! ນັ້ນແມ່ນບັກແຕງໂມ) ປັດຈຸບັນສຶກ ສາຢູ່ ສປ ຈີນ ມາໄດ້ 08 ປີ ແລະ ມື້ນີ້ຕ້ອງການ ມາຂຽນ ບົດຄວາມເພື່ອມາແຊຣປະສົບການວິທີປະກອບເອກະສານເພື່ອຂໍສະມັກ ທຶ ນການ ສຶກ ສາຂອງລັດຖະບານ ສປ ຈີນ ໃຫ້ບັນດາ ໝູ່ຄູ່ ,  ສະຫາຍ , ນ້ອງເອື້ອຍອ້າຍ ຜູ່ທີ່ສົນໃຈຢາກໄປຮຽນຕໍ່ທີ່ ສປ ຈີນ ແບບບໍ່ກັກຄວາມຮູ້. ເຊິ່ງ ທຶ ນດັ່ງກ່າວແມ່ນ ທຶ ນການ ສຶກ ສາ 100% ທີ່ກວມລວມໄປເຖິງຄ່າຮຽນຟຣີ , ຄ່າຫໍພັກຟຣີ ແລະ ໄດ້ເງິນດຳລົງຊີບທຸກໆເດືອນຕະຫຼອດການຮຽນຄື: ປະລິນຍາຕີໄດ້ຮັບເດືອນລະ 2500 ຢວນ (3.100.000 ກີບ ) , ປະລິນຍາໂທໄດ້ຮັບ 3000 ຢວນ ( 3.700.000 ກີບ ) ແລະ ປະລິນຍາເອກ ໄດ້ຮັບ 3500 ຢວນ​ ( 4.350.000 ກີບ ) .   ອີງຕາມອັດຕາແລກປ່ຽນຄັ້ງ ວັນທີ 21/12/2018; 1 ຢວນ = 1238 ກີບ ພາກທີ່ I: ຈຸດປະສົງ ກ່ອນອື່ນ ເຮົາ ຂໍໃຫ້ນິຍາມກ່ຽວກັບຄຳວ່າ...